ໃນລະຫວ່າງ ວັນທີ 16-17 ຕຸລາ 2026 ຜ່ານມານີ້, ຢູ່ທີ່ຄະນະສະຖາປັດຕະຍະກໍາສາດ ມະຫາວິທະຍາໄລ ສຸພານຸວົງ ໄດ້ມີພິທີເປີດ "ງານວາງສະແດງໂປສເຕີນານາຊາດ ກ່ຽວກັບວັດທະນະທໍາເມືອງອາຊີ ຄັ້ງທີ 3" ຢ່າງເປັນທາງການ ໃນຫົວຂໍ້: “ການອອກແບບສິລະປະດິຈີຕອນ ພາຍໃຕ້ແນວຄວາມຄິດມໍລະດົກວັດທະນະທໍານາມມະທຳຂອງເມືອງໃນຂອບເຂດ ໜຶ່ງແລວ ໜຶ່ງເສັ້ນທາງ”. ໃຫ້ກຽດເຂົ້າຮ່ວມພິທີໂດຍ ທ່ານ ສົມມະນີ ປະທຸມໄຊ ຫົວໜ້າຄະນະວິຊາ ຄະນະສະຖາປັດຕະຍະກຳສາດ, ມະຫາວິທະຍາໄລ ສຸພານຸວົງ; ທ່ານ ຮສ. ນາງ ໝຽວ ຜິງ ຜູ້ອຳນວຍການສູນນະວັດຕະກຳ, ຜູ້ປະກອບການ ຄະນະມະນຸດສາດ (ຕ້າລຽນ) ສະຖາບັນວິຈິດສິນ ຫຼູ ຊວິນ (Lu Xun) ທັງເປັນຜູ້ຕາງໜ້າຄະນະກຳມະການຈັດງານ; ທ່ານ ນາງ ຊຽກ ຮວີ ຫຼິງ (SIEK HWEE LING) ຫົວໜ້າຄະນະວິຊາ ແລະ ຫົວໜ້າຝ່າຍວິໄຈ ICAD ມະຫາວິທະຍາໄລ UCSI ປະເທດມາເລເຊຍ, ພ້ອມດ້ວຍຄະນະນຳ, ແຂກຖືກເຊີນ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ. ງານວາງສະແດງຄັ້ງນີ້ ຈັດຂຶ້ນພາຍໃຕ້ການຊີ້ນຳ ແລະ ການຮ່ວມມືຂອງຫຼາຍອົງການຈັດຕັ້ງສາກົນ ເຊັ່ນ: ສະພາສົ່ງເສີມການຄ້າແຫ່ງຊາດຈີນ, ມູນນິທິອອກແບບມັງກອນປັກກິ່ງ (CPFD), ສະມາຄົມການສຶກສາ ລາວ-ຈີນ-ມາເລເຊຍ ພ້ອມດ້ວຍສະຖາບັນການສຶກສາຊັ້ນນຳຈາກປະເທດໄທ ແລະ ໃນອາຊີ. ໂຄງການດັ່ງກ່າວເປັນໂຄງການສາທາລະນະປະໂຫຍດທາງດ້ານການສຶກສາ ແລະ ວັດທະນະທຳເພື່ອສົ່ງເສີມການແລກປ່ຽນສິລະປະ ແລະ ນະວັດຕະກຳດິຈີຕອນ. ບັນຍາກາດພາຍໃນງານ ເຕັມໄປດ້ວຍຄວາມຟົດຟື້ນ ແລະ ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍຈາກຄູ-ອາຈານ ແລະ ນັກສຶກສາ. ຜູ້ເຂົ້າຮ່ວມໄດ້ມີໂອກາດແລກປ່ຽນທັດສະນະ, ຮັບຟັງມຸມມອງໃໝ່ໆ ທາງດ້ານສິລະປະວັດທະນະທຳ ເຊິ່ງໄດ້ສ້າງທັງແຮງບັນດານໃຈ ແລະ ຄວາມປະທັບໃຈໃຫ້ແກ່ຜູ້ຮ່ວມງານຕະຫຼອດໄລຍະເວລາຈັດງານ 2 ວັນ.