ຂ່າວສານ
ມະຫາວິທະຍາໄລ ສຸພານຸວົງ ເປີດກອງປະຊຸມສ້າງແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ ແລະ ທາບທາມປະເມີນບຸກຄະລາກອນ ປະຈຳປີ 2026
ໃນຕອນເຊົ້າຂອງວັນທີ 19 ຕຸລາ 2026 ນີ້, ມະຫາວິທະຍາໄລ ສຸພານຸວົງ ໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ ແລະ ທາບທາມປະເມີນບຸກຄະລາກອນ ປະກອບໃສ່ຕຳແໜ່ງບໍລິຫານ ປະຈຳປີ 2026 ຂຶ້ນຢ່າງເປັນທາງການ.
ໃຫ້ກຽດເປັນປະທານໃນກອງປະຊຸມໂດຍ ທ່ານ ຄໍາເກັ່ງ ຈັນທະວີສຸກ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງຫຼວງພະບາງ, ມີ ທ່ານ ຮສ. ວິລະ ອາໂນລັກ ເລຂາຄະນະພັກຮາກຖານ, ຜູ້ອໍານວຍການ ມະຫາວິທະຍາໄລ ສຸພານຸວົງ, ທ່ານ ຮອງຫົວໜ້າກົມການສຶກສາຊັ້ນສູງ, ຜູ້ຕາງໜ້າຈາກກົມຈັດຕັ້ງ, ຄະນະຈັດຕັ້ງແຂວງ, ຄະນະກວດກາແຂວງ ຕະຫຼອດຮອດຄະນະນໍາ, ພະນັກງານ ແລະ ສະມາຊິກພັກ ພາຍໃນມະຫາວິທະຍາໄລ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມດັ່ງກ່າວ ຈັດຂຶ້ນໂດຍອີງຕາມແຈ້ງການຂອງຄະນະຈັດຕັ້ງແຂວງຫຼວງພະບາງ ສະບັບເລກທີ 114/ຄຈຂ-ຫຼຸບ, ລົງວັນທີ 31 ສິງຫາ 2026 ໂດຍມີຈຸດປະສົງເພື່ອເຊື່ອມຊຶມມະຕິ ແລະ ຄໍາແນະນໍາຂອງຂັ້ນເທິງ, ພ້ອມທັງປະເມີນ ແລະ ທາບທາມບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ ແລະ ຄຸນສົມບັດສິນທຳປະຕິວັດ ເຂົ້າໃນແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່.
ກອງປະຊຸມດັ່ງກ່າວຈະດໍາເນີນໄປຈົນເຖິງວັນທີ 20 ຕຸລາ 2026 ຈຶ່ງຈະໄດ້ປິດລົງ.
ຮູບພາບ