ຂ່າວສານ
ພິທີເປີດສົກຮຽນໃໝ່ ປະຈໍາສົກສຶກສາ 2026-2027
ໃນຕອນເຊົ້າ ວັນທີ 3 ຕຸລາ 2026 ມະຫາວິທະຍາໄລ ສຸພານຸວົງ ໄດ້ເຂົ້າຮ່ວມພິທີເປີດສົກຮຽນໃໝ່ ປະຈໍາສົກສຶກສາ 2026-2027. ຜ່ານທາງອອນໄລ ໂດຍເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ກໍາມະການກົມກາງເມືອງ ສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ມີບັນດາສະຖາບັນການສຶກສາຕ່າງໆ ເຂົ້າຮ່ວມ.
ສໍາລັບ ມະຫາວິທະຍໄລ ສຸພານຸວົງ ເຂົ້າຮ່ວມນໍາໂດຍ ຜູ້ອໍານວຍການ, ຮອງຜູ້ອໍານວຍການ, ຄະນະວິຊາ, ຄູ-ອາຈານ ແລະ ນັກສຶກສາ ທັງໝົດ 416 ຄົນ. ພາຍຫຼັງສໍາເລັດພິທີເປີດສົກຮຽນໃໝ່ແລ້ວ ທາງ ມະຫາວິທະຍາໄລ ສຸພານຸວົງ ໄດ້ຈັດການປະຖົມນິເທດໃຫ້ນັກສຶກສາ ປີທີ 1
ຮູບພາບ