ຂ່າວສານ
ມ.ສຸພານຸວົງ ຈັດພິທີສະເຫຼີມສະຫຼອງ ວັນຄູແຫ່ງຊາດ ຄົບຮອບ 32 ປີ ແລະ ວັນວິທະຍາສາດແຫ່ງຊາດ ຄົບຮອບ 39 ປີ
ໃນວັນທີ 14 ຕຸລາ 2026 ຜ່ານມາ ມະຫາວິທະຍາໄລ ສຸພານຸວົງ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (07/10/1994 – 07/10/2026) ແລະ ວັນວິທະຍາສາດແຫ່ງຊາດ ຄົບຮອບ 39 ປີ (12/10/1987 - 12/10/2026) ຂຶ້ນຢ່າງອົບອຸ່ນ ເພື່ອລະນຶກເຖິງຄຸນງາມຄວາມດີຂອງຄູ-ອາຈານ ແລະ ຍົກຍ້ອງຄວາມສຳຄັນຂອງງານຄົ້ນຄວ້າວິທະຍາສາດ.
ໃນພິທີ, ທ່ານ ຮສ.ປອ ວົງປະສິດ ຈັນທະຄູນ, ຮອງຜູ້ອໍານວຍການ ມະຫາວິທະຍາໄລ ສຸພານຸວົງ ໄດ້ໃຫ້ກຽດປາຖະກະຖາ ເນື່ອງໃນໂອກາດວັນວິທະຍາສາດແຫ່ງຊາດ ຄົບຮອບ 39 ປີ. ຈາກນັ້ນ, ທ່ານ ຮສ. ວິລະ ອາໂນລັກ, ຜູ້ອໍານວຍການ ມະຫາວິທະຍາໄລ ສຸພານຸວົງ ກໍໄດ້ໃຫ້ກຽດປາຖະກະຖາເລົ່າປະຫວັດຄວາມເປັນມາ ແລະ ຄວາມໝາຍຄວາມສຳຄັນຂອງວັນຄູແຫ່ງຊາດ ຄົບຮອບ 32 ປີ ເຊິ່ງເປັນວັນທີ່ປວງຊົນລາວທັງຊາດ ໄດ້ຮ່ວມກັນລະນຶກເຖິງຄຸນງາມຄວາມດີ, ຄວາມເສຍສະຫຼະອັນໃຫຍ່ຫຼວງຂອງຄູ-ອາຈານ ທີ່ໄດ້ອຸທິດສະຕິປັນຍາ ແລະ ເຫື່ອແຮງ ໃນການສິດສອນ, ອົບຮົມບຳລຸງນັກຮຽນ-ນັກສຶກສາ ໃຫ້ເຕີບໃຫຍ່ເປັນພົນລະເມືອງດີ, ມີຄວາມຮູ້-ຄວາມສາມາດ ແລະ ມີຄຸນສົມບັດ ເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ.
ໂອກາດທີ່ມີຄວາມໝາຍນີ້, ທາງມະຫາວິທະຍາໄລ ຍັງໄດ້ຈັດພິທີມອບໃບຍ້ອງຍໍໃຫ້ແກ່ຄູ-ອາຈານ ທີ່ມີຜົນງານດີເດັ່ນທາງດ້ານການຄົ້ນຄວ້າວິທະຍາສາດ, ພ້ອມທັງສະແດງຄວາມຍິນດີນໍາພະນັກງານ-ອາຈານ 4 ທ່ານ ທີ່ໄດ້ຮັບການແຕ່ງຕັ້ງຕຳແໜ່ງວິຊາການຄູ ຂັ້ນ "ຮອງສາດສະດາຈານ" (ຮສ) ປະຈຳປີ 2026.
ນອກຈາກນີ້, ຕາງໜ້ານັກສຶກສາກໍໄດ້ຂຶ້ນກ່າວຄວາມຮູ້ສຶກເພື່ອສະແດງຄວາມກະຕັນຍູຕໍ່ຄູ-ອາຈານ
ເຊິ່ງບັນຍາກາດພາຍໃນງານໄດ້ດຳເນີນໄປດ້ວຍຄວາມພາກພູມໃຈ, ເຕັມໄປດ້ວຍຄວາມອົບອຸ່ນ ແລະ ຄວາມຮັກແພງລະຫວ່າງ ຄູ-ອາຈານ ແລະ ນັກສຶກສາ.
ຮູບພາບ