ຂ່າວສານ
ມະຫາວິທະຍາໄລສຸພານຸວົງ ຈັດພິທີມອບປະກາສະນີຍະບັດໃຫ້ແກ່ນັກສຶກສາ ປະຈໍາສົກສຶກສາ 2025-2026
ໃນຕອນເຊົ້າວັນເສົາ, ວັນທີ 12 ກັນຍາ 2026, ມະຫາວິທະຍາໄລສຸພານຸວົງ ໄດ້ຈັດພິທີມອບປະກາສະນີຍະບັດໃຫ້ແກ່ນັກສຶກສາທີ່ຈົບການສຶກສາ ໃນສົກສຶກສາ 2025-2026, ໃຫ້ກຽດມອບປະກາສະນີຍະບັດແກ່ຜູ້ຈົບສຶກສາ ໂດຍ ທ່ານ ຮອງສາດສະດາຈານ ວິລະ ອາໂນລັກ, ຜູ້ອໍານວຍການ ມະຫາວິທະຍາໄລ ສຸພານຸວົງ, ມີບັນດາຄະນະຜູ້ບໍລິຫານ, ພະນັກງານ, ແຂກຖືກເຊີນ ແລະ ຜູ້ສໍາເລັດການສຶກສາ ເຂົ້າຮ່ວມຢ່າງຟົດຟື້ນ.
ໃນສົກສຶກສາ 2025-2026 ມະຫາວິທະຍາໄລ ສຸພານຸວົງ ມີນັກສຶກສາຈົບການສຶກສາ ທັງໝົດຈໍານວນ 526 ຄົນ, ຍິງ 254 ຄົນ (ປະລິນຍາໂທ 85 ຄົນ, ຍິງ 24 ຄົນ, ປະລິນຍາຕີປົກກະຕິ 380 ຄົນ, ຍິງ 209 ຄົນ ແລະ ຕໍ່ເນື່ອງປະລິນຍາຕີ 61 ຄົນ, ຍິງ 21 ຄົນ), ນັກສຶກສາໄດ້ຮັບກຽດນິຍົມອັນດັບ 1 ມີ 47 ຄົນ, ຍິງ 36 ຄົນ ແລະ ກຽດນິຍົມອັນດັບ 2 ມີ 32 ຄົນ, ຍິງ 19 ຄົນ.
ໃນພິທີອັນມີຄວາມໝາຍຄວາມສໍາຄັນນີ້ ທ່ານຜູ້ອໍານວຍການ ມະຫາວິທະຍາໄລ ສຸພານຸວົງ ປະທານໃນພິທີ ໄດ້ໃຫ້ກຽດໂອ້ລົມແກ່ຜູ້ສໍາເລັດການສຶກສາ ຈົ່ງພ້ອມກັນນໍາເອົາຄວາມຮູ້ທີ່ໄດ້ຮັບຈາກສະຖາບັນແຫ່ງນີ້ນໍາໄປໝູນໃຊ້ໃຫ້ຖືກຕ້ອງໃນການພັດທະນາຕົນເອງ, ພັດທະນາອົງກອນຂອງຕົນເອງ ແລະ ພັດທະນາເສດຖະກິດ-ສັງຄົມຂອງຊາດ. ນອກນັ້ນ, ທ່ານຍັງເນັ້ນໃຫ້ຜູ້ສໍາເລັດການສຶກສາຕ້ອງມີຄຸນະທຳ, ມີຈັນຍາບັນ, ຈົ່ງຢ່າຢຸດທີ່ຈະກ້າຝັນ, ຈົ່ງລົງມືເຮັດ, ຮັກສາກຽດສັກສີຂອງຕົນ, ຮັກສະຖາບັນທີ່ໄດ້ມາສຶກສາເອົາຄວາມຮູ້ໄວ້ໃຫ້ໝັ້ນຄົງ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ.
ຮູບພາບ