ຂ່າວສານ
ຫ້ອງການຄຸ້ມຄອງບໍລິຫນ
ມະຫາວິທະຍາໄລ ສຸພານຸວົງ ຮ່ວມມື ກັບ ມະຫາວິທະຍາໄລ ປ່າໄມ້ຕາເວັນອອກສຽງໃຕ້ ສປ ຈີນ ເພື່ອຍົກລະດັບຄຸນນະພາບການສຶກສາ
ໃນວັນທີ 16 ກໍລະກົດ 2026, ເວລາ 09:30 ໂມງ, ທີ່ ຫ້ອງປະຊຸມ ມະຫາວິທະຍາໄລ ສຸພານຸວົງ ໄດ້ມີພິທີຕ້ອນຮັບ ແລະ ພົບປະ ລະຫວ່າງຄະນະນໍາ ມະຫາວິທະຍາໄລ ສຸພານຸວົງ ແລະ ຄະນະນໍາຈາກມະຫາວິທະຍາໄລປ່າໄມ້ ຕາເວັນອອກສຽງໃຕ້ ສປ ຈີນ.
ໃຫ້ກຽດເປັນປະທານໂດຍ ທ່ານ ຮສ. ປອ. ວົງປະສິດ ຈັນທະຄູນ, ຮອງຜູ້ອໍານວຍການ ມະຫາວິທະຍາໄລ ສຸພານຸວົງ ແລະ ທ່ານ ຢ່າງ ສີລິນ ຮອງຜູ້ອໍານວຍການມະຫາວິທະຍາໄລປ່າໄມ້ ຕາເວັນອອກສຽງໃຕ້ ຂອງ ສປ ຈີນ, ມີຫົວໜ້າຄະນະວິຊາ ຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້, ຫົວໜ້າຫ້ອງການຄຸ້ມຄອງວິຊາການ, ຮອງຫົວໜ້າຫ້ອງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ການພົບປະຄັ້ງນີ້ ທັງສອງຝ່າຍໄດ້ສົນທະນາ ແລະ ປຶກສາຫາລື ເພື່ອຊອກຫາຊ່ອງທາງໃນການຮ່ວມມືທາງດ້ານວິຊາການຮ່ວມກັນໃນອະນາຄົດ ໂດຍໄດ້ເນັ້ນໃສ່ດ້ານການບໍລິຫານການສຶກສາ ແລະ ການປະກັນຄຸນນະພາບ ເພື່ອຍົກສູງມາດຕະຖານການຮຽນ-ການສອນ ແລະ ການຄຸ້ມຄອງບໍລິຫານສະຖາບັນໃຫ້ມີປະສິດທິພາບ.
ໃນພິທີ, ທັງສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບແຜນການຮ່ວມມືໃນອະນາຄົດ ເຊັ່ນ: ການຮ່ວມມືການຈັດກອງປະຊຸມສໍາມະນາວິຊາການ ແລະ ການຄົ້ນຄວ້າວິໄຈຮ່ວມກັນ ສົ່ງເສີມໃຫ້ນັກສຶກສາໄດ້ໄປລົງຝຶກຫັດງານ ແລະ ທັດສະນະສຶກສາຕົວຈິງ ທີ່ ສປ ຈີນ ເພື່ອມຸ່ງເນັ້ນໃສ່ການຍົກລະດັບຄຸນນະພາບການສຶກສາ ແລະ ພັດທະນາບຸກຄະລາກອນ ໃຫ້ມີຄວາມສາມາດຮອງຮັບກັບການປ່ຽນແປງໃນຍຸກປັດຈຸບັນແລະ ການສະໜອງທຶນການສຶກສາປະລິນຍາໂທ ໃຫ້ພະນັກງານ-ອາຈານ ມະຫາວິທະຍາໄລ ສຸພານຸວົງ
ການພົບປະໃນຄັ້ງນີ້ ຖືເປັນບາດກ້າວອັນສຳຄັນໃນການຮັດແໜ້ນຄວາມສຳພັນການຮ່ວມມືທາງດ້ານການສຶກສາ ລະຫວ່າງ ສອງສະຖາບັນ ເພື່ອມຸ່ງສູ່ການພັດທະນາຫຼັກສູດຮ່ວມກັນໃນອະນາຄົດອີກດ້ວຍ.
_________
ຂ່າວ-ພາບ: ແສງທະວີ ລັດຕະນະນົງສີ
ຮູບພາບ