ຂ່າວສານ
ມະຫາວິທະຍາໄລ ສຸພານຸວົງ ຕ້ອນຮັບຄະນະນໍາຈາກ ກົມຂໍ້ມູນຂ່າວສານມົນທົນ ຢຸນນານ ສປ ຈີນ
ຕອນເຊົ້າ ວັນທີ 21 ຕຸລາ 2026, ມະຫາວິທະຍາໄລ ສຸພານຸວົງ ໄດ້ມີໂອກາດຕ້ອນຮັບ ທ່ານ ລີ ຊ່ານເຫີ ຄະນະພັກ ຄະນະກໍາມະການພັດທະນາ ແລະ ປະຕິຮູບແຂວງຢູ່ນານ, ເລຂາພັກ ຜູ້ອໍານວຍການ ກົມຂໍ້ມູນຂ່າວສານມົນທົນ ຢຸນນານ ສປ ຈີນ ພ້ອມດ້ວຍຄະນະ ໂອກາດເດີນທາງມາຢ້ຽມຢາມໃນຄັ້ງນີ້
ໃຫ້ກຽດຕ້ອນຮັບຢ່າງເປັນທາງການໂດຍ ທ່ານ ປອ. ສົມໄຈ ໄພຍະວົງ, ຮອງຜູ້ອໍານວຍການ ມະຫາວິທະຍາໄລ ສຸພານຸວົງ ພ້ອມດ້ວຍຄະນະ ການພົບປະໃນຄັ້ງນີ້ ເພື່ອເສີມສ້າງການຮ່ວມມື ແລະ ແລກປ່ຽນປະສົບການດ້ານງານຂໍ້ມູນສະຖິຕິຂ້າມພົມແດນ ລະຫວ່າງ 2 ປະເທດ ໃຫ້ມີມາດຕະຖານຄວາມປອດໄພທີ່ດີຈະຊ່ວຍສ້າງຄວາມໄວ້ວາງໃຈໃຫ້ກັບທັງສອງຝ່າຍໃນການຮ່ວມມືດ້ານເສດຖະກິດ-ສັງຄົມ, ການສຶກສາ ແລະ ນະວັດຕະກໍາ ໃນການພັດທະນາພຶ້ນຖານໂຄ້ງລ່າງ ເພື່ອເສີມສ້າງຄວາມຮ່ວມມືຢ່າງແໜ້ນແຟ້ນ ລະຫວ່າງ ສອງຝ່າຍ ໃນອະນາຄົດ.
ຮູບພາບ