ໃນຕອນເຊົ້າຂອງວັນທີ 5 ພະຈິກ 2026 ນີ້, ທີ່ ມະຫາວິທະຍາໄລ ສຸພານຸວົງ ໄດ້ຈັດພິທີ ສະເຫຼີມສະຫຼອງວັນສ້າງຕັ້ງ ມະຫາວິທະຍາໄລສຸ ພານຸວົງ ຄົບຮອບ 23 ປີ ຂຶ້ນຢ່າງເປັນທາງການ, ໃນພິທີໄດ້ມີການວາງກະຕ່າດອກໄມ້ທີ່ ອະນຸສອນສະຖານ ປະທານ ສຸພານຸວົງ ເພື່ອລະນຶກເຖິງຄຸນງາມຄວາມດີຂອງທ່ານຕໍ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ. ນອກນັ້ນຍັງໄດ້ຈັດພິທີປາຖະກະຖາເພື່ອຫວນຄືນມູນເຊື້ອວັນສ້າງຕັ້ງມະຫາວິທະຍາໄລ ສຸພານຸວົງ ຕະຫຼອດ 23 ປີ ທີ່ຜ່ານມາ. ພິທີດັ່ງກ່າວ ໃຫ້ກຽດເປັນປະທານ ແລະ ປາຖະກະຖາ ໂດຍ ທ່ານ ຮສ. ປອ. ວົງປະສິດ ຈັນທະຄູນ ຮອງຜູ້ອຳນວຍການ ມະຫາວິທະຍາໄລ ສຸພານຸວົງ, ເຊິ່ງມີຄະນະຜູ້ບໍລິຫານ ມະຫາວິທະຍາໄລ, ຫົວໜ້າຄະນະວິຊາ, ພະນັກງານ-ອາຈານ, ນັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ. ມະຫາວິທະຍາໄລ ສຸພານຸວົງສ້າງ ຕັ້ງຂຶ້ນໃນວັນທີ 05 ພະຈິກ 2003, ຄົບຮອບ 23 ປີ ໂດຍເນັ້ນໃສ່ 4 ພາລະບົດບາດຫຼັກ ຄື: ການສຶກສາ, ການຄົ້ນຄວ້າວິທະຍາສາດ, ບໍລິການສັງຄົມ, ວັດທະນະທຳ; ປັດຈຸບັນ ມີ 6 ຄະນະວິຊາ, 2 ຫ້ອງການ, 3 ສູນ, 1 ຫໍສະໝຸດ; ມີພະນັກງານ-ອາຈານທັງໝົດ 348 ຄົນ, ໃນນັ້ນ ມີວຸດທິການສຶກສາລະດັບປະລິນຍາເອກ 33 ຄົນ, ປະລິນຍາໂທ 235 ຄົນ, ປະລິນຍາຕີ 123 ຄົນ, ຊັ້ນສູງ 4 ຄົນ; ດ້ານຕໍາແໜ່ງວິຊາການ ມີຂັ້ນ ຮອງສາດສະດາຈານ 12 ຄົນ, ຂັ້ນອາຈານ 103 ຄົນ, ຂັ້ນຜູ້ຊ່ວຍອາຈານ 197 ຄົນ, ມີອາສາສະໝັກແລະຊ່ຽວຊານຕ່າງປະເທດ 26 ຄົນ. ນັບແຕ່ປີ 2008 ເຖິງ ປີ 2026 ມີນັກສຶກສາ ທີ່ຈົບການສຶກສາມີທັງໝົດ 14,167 ຄົນ, ຍິງ 5,953 ຄົນ. ໃນນັ້ນ ລະດັບປະລິນຍາຕີມີ 13,265 ຄົນ, ຍິງ 5,705 ຄົນ; ປະລິນຍາຕີຕໍ່ເນື່ອງ 597 ຄົນ, ຍິງ 156 ຄົນ ແລະ ປະລິນຍາໂທ 305 ຄົນ, ຍິງ 92 ຄົນ. ປັດຈຸບັນ ມະຫາວິທະຍາໄລ ສຸພານຸວົງ ມີຫຼັກສູດລະດັບຕ່າງໆດັ່ງນີ້: ຫຼັກສູດປະລິນຍາຕີ 62 ຫຼັກສູດ, ຫຼັກສູດປະລິນຍາໂທ 9 ຫຼັກ ແລະ ຫຼັກສູດ ປະລິນຍາເອກ 1 ຫຼັກສູດ. ດ້ານການຄົ້ນຄວ້າວິທະຍາສາດ ຕະຫຼອດໄລຍະ 23 ປີ ມ. ສຸພານຸວົງ ໄດ້ມີບົດຄົ້ນຄວ້າ ທັງໝົດ 698 ຫົວຂໍ້ ແລະ ມີບົດຄວາມຕີພິມລົງວາລະສານ 858 ບົດຄວາມ, ມ. ສຸພານຸວົງ ຈັດອັນດັບ Ranking 10.539 ຂອງໂລກ, ອັນດັບ 5,741 ຂອງອາຊີ ແລະ ອັນດັບ 3 ຂອງປະເທດ, ການພົວພັນຕ່າງປະເທດປະເທດ, ປັດຈຸບັນ ມີ MOU 30 ສະບັບ, MOA 28 ສະບັບ, MOD 7 ສະບັບ. ດ້ານກິລາ ແລະ ສິລະປະ ມະຫາວິທະຍາໄລ ສຸພານຸວົງ ໄດ້ສົ່ງນັກກິລາບານເຕະເຂົ້າຮ່ວມການແຂ່ງຂັນກິລາມະຫາວິທະຍາໄລ ພາກພື້ນອາຊີຕາເວັນອອກສຽງໃຕ້ ຄັ້ງ ທີ 7 ທີ່ ມະຫາວິທະຍາໄລຄຸນໝິງ ສປ ຈີນ ຍາດໄດ້ລໍາດັບ 2 ແລະ ນໍາສົ່ງຄູຝຶກ 01 ຄົນ ແລະ ນັກກິລາ 05 ຄົນ ເຂົ້າຮ່ວມທິມສະໂມສອນບານເຕະ ຫຼວງພະບາງ (ຊາຍ) ເຂົ້າຮ່ວມແຂ່ງຂັນບານເຕະ ເປບຊີ ລາວລິກ 1 ລະດູການ 2026. ມະຫາວິທະຍາໄລ ສຸພານຸວົງ ໄດ້ສົ່ງນັກສິລະປິນຮ່ວມການແຂ່ງຂັນຮູບເງົານານາຊາດ ເທສະການໜັງເມືອງແຄນ ຄັ້ງທີ 9 ເຊິ່ງຈັດຂຶ້ນ ລະຫວ່າງ ວັນທີ 8-12 ທັນວາ 2025 ທີ່ ຈັງຫວັດຂອນແກ່ນ ປະເທດໄທ. ສາມາດຍາດລາງວັນຮອງຊະນະເລີດ ອັນດັບທີ 2 ເລື່ອງ ປັນຮັກ The New Dawn. ພິທີສະເຫຼີມສະຫຼອງ ມະຫາວິທະຍາໄລ ສຸພານຸວົງ ຄົບຮອບ 23 ປີ ໄດ້ມີກິດຈະກຳຫຼາກຫຼາຍທີ່ຈັດຂຶ້ນເຊັ່ນ: ການແຂ່ງຂັນກິລາ-ສິລະປະວັນນະຄະດີ, ການວາງສະແດງຜົນງານແລະສິນຄ້າຕ່າງໆຂອງມະຫາວິທະຍາໄລ ສຸພານຸວົງ, ມີການຈັດກອງປະຊຸມວິຊາການນາໆຊາດ ຄັ້ງທີ 9 ເຊິ່ງມີນັກວິໄຈແລະຜູ້ຊ່ຽວຊານຈາກຫຼາຍປະເທດເຂົ້າຮ່ວມ.