ໃນຕອນເຊົ້າຂອງວັນສຸກ ທີ 20 ພະຈິກ 2026 ທີ່ຜ່ານມາ, ມະຫາວິທະຍາໄລ ສຸພານຸວົງ ໄດ້ຈັດພິທີສອບເສັງຄັດເລືອກລັດຖະກອນໃໝ່ ປະຈຳປີ 2026 ຂຶ້ນຢ່າງເປັນທາງການ. ການສອບເສັງຄັ້ງນີ້ໄດ້ຮັບກຽດເຂົ້າຮ່ວມເປັນສັກຂີພະຍານຈາກພາກສ່ວນກ່ຽວຂ້ອງຫຼາຍທ່ານ ປະກອບມີ ຄະນະຜູ້ອຳນວຍການ, ຫົວໜ້າຄະນະວິຊາ, ຫົວໜ້າສະຖາບັນ ແລະຮອງຫົວໜ້າຫ້ອງການຄຸ້ມຄອງວິຊາການ. ສຳລັບການສອບເສັງຄັ້ງນີ້ ມີຜູ້ສະໝັກເຂົ້າຮ່ວມທັງໝົດ 13 ຄົນ, ໃນນັ້ນເປັນເພດຍິງ 7 ຄົນ, ເຊິ່ງລ້ວນແຕ່ເປັນບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດໃນຫຼາກຫຼາຍຂະແໜງການ ປະກອບມີ 9 ສາຂາວິຊາສະເພາະ ຄື: • ການຄ້າສາກົນ • ບໍລິຫານການທ່ອງທ່ຽວ • ການເງິນ-ການບັນຊີ • ສັດຕະວະແພດ • ວິສະວະກຳຄອມພິວເຕີ • ວິສະວະກຳໄຟຟ້າ • ສະຖາປັດຕະຍະກຳສາດ • ສື່ສານມວນຊົນ • ພາສາຈີນ ການຈັດສອບເສັງຄັດເລືອກໃນຄັ້ງນີ້ ຖືເປັນອີກໜຶ່ງບາດກ້າວສຳຄັນຂອງມະຫາວິທະຍາໄລ ສຸພານຸວົງ ໃນການເສີມສ້າງບຸກຄະລາກອນຮຸ່ນໃໝ່ທີ່ມີຄຸນນະພາບ ເຂົ້າມາພັດທະນາວຽກງານວິຊາການ ແລະ ການຮຽນ-ການສອນ ໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ.