ຂ່າວສານ
ປາຖະກາຖາ ວັນຄ້າຍວັນເກີດປະທານສຸພານຸວົງ ຄົບຮອບ 117 ປີ
ຕອນເຊົ້າວັນທີ່ 13 ກໍລະກົດ 2026 , ທ່ານ ຮສ ປອ ຄຳຜາຍ ສີສະຫວັນ ອະດີດຮອງລັດຖະມົນຕີກະຊວງສຶກສາທິການແລະກິລາ ,ອະດີດ ອະທິການບໍດີ ມະຫາວິທະຍາໄລສຸພານຸວົງ , ມີທ່ານ ຮສ ປອ ວົງປະສິດ ຈັນທະຄູນ ຮອງເລຂາຄະນະພັກຮາກຖານ, ຮອງຜູ້ອຳນວຍການມະຫາວິທະຍາໄລສຸພານຸວົງ ພ້ອມດ້ວຍ ຄະນະການນຳ ຄູອາຈານ ມະຫາວິທະຍາໄລສຸພານຸວົງ ໄດ້ເຂົ້າວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນຫຼໍ່ ປະທານສຸພານຸວົງ ທີ່ມະຫາວິທະຍາໄລສຸພານຸວົງ ເນື່ອງໃນໂອກາດວັນຄ້າຍວັນເກີດ ຄົບຮອບ 117 ປີ (13ກໍລະກົດ1909-13ກໍລະກົດ2026) ເພື່ອສະແດງຄວາມ ຮູ້ບຸນຄຸນ ເປັນການລະນຶກເຖິງຄຸນງາມຄວາມດີ ແລະ ຜົນງານອັນຍິ່ງໃຫຍ່ຂອງປະທານສຸພານຸວົງ ທີ່ໄດ້ອຸທິດຕະຫລອດຊີວິດເພື່ອປະເທດຊາດ, ເພື່ອການປະຕິວັດທີ່ຍືນຍົງຄົງຕົວຕະຫລອດມາ.
ຈາກນັ້ນທ່ານ ຮສ ປອ ຄຳຜາຍ ສີສະຫວັນ ກໍໄດ້ປາຖະກະຖາເລົ່າມູນເຊື້ອອັນພິລະອາດຫານ ບົດຮຽນອັນຍິ່ງໃຫຍ່ ແລະວິລະກຳອັນປະເສີດເລີດລໍ້າຂອງປະທານສຸພານຸວົງ ເຊິ່ງທ່ານໄດ້ເນັ້ນໃຫ້ຮູ້ວ່າ: ເມື່ອຫວນຄືນຊີວິດຕອນເຍົາໄວ ຂອງປະທານ ສຸພານຸວົງ ຊຶ່ງເພິ່ນໄດ້ກໍາເນີດໃນຄອບຄົວທີ່ເປັນເຊື້ອເຈົ້າຣາຊະວົງ ເປັນໂອຣົດຂອງເຈົ້າມະຫາອຸປະຣາດ ບຸນຄົງ ແລະ ຫມ່ອມ ຄໍາອ້ວນ ເກີດເມື່ອ ວັນທີ 13 ກໍລະກົດ 1909 ທີ່ ຫຼວງພະບາງ.
ປະທານ ສຸພານຸວົງ ແມ່ນຫນຶ່ງໃນບັນດາ ຜູ້ນໍາຂອງພັກ-ລັດເຮົາ ທີ່ໄດ້ສ້າງຜົນ ງານອັນລໍ້າຄ່າ, ມີຄຸນງາມຄວາມດີຢ່າງຫຼວງຫຼາຍ ປະກອບສ່ວນເຂົ້າໃນການນໍາພາລວມຫມູ່ຂອງພັກ, ແນວລາວຮັກຊາດ ເພື່ອໄຊຊະນະຂອງພາລະກິດຕໍ່ສູ້ ປົດປ່ອຍຊາດໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາລະບອບໃຫມ່ ເພື່ອຄວາມຢູ່ດີກີນດີຂອງປະຊາຊົນລາວບັນດາເຜົ່າ . ປະທານ ສຸພານຸວົງ ແມ່ນປັນຍາຊົນຜູ້ຍິ່ງໃຫຍ່, ເປັນເຊື້ອເຈົ້າຜູ້ຫນຶ່ງ ທີ່ມີນໍ້າໃຈຮັກຊາດອັນດູດດື່ມ, ຈິດໃຈຕໍ່ສູ້ທີ່ອາດຫານກ້າແກ່ນ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງ ເພື່ອຊາດເພື່ອປະຊາຊົນ. ຍາມໃດກໍເປັນແວ່ນແຍງອັນເຫລື້ອມໃສໃນການດຳລົງຊີວິດແບບບຽບງ່າຍ, ພ້ອມກັນນັ້ນ ທ່ານຍັງມີຄວາມຮັກບໍລິສຸດຜຸດຜ່ອງຕໍ່ຄອບຄົວລູກຫລານ ພີ່ນ້ອງຮ່ວມຊາດຕະຫລອດມາ ແລະເປັນແບບຢ່າງໃນການດຸຫມັ່ນອອກແຮງງານ, ຄົ້ນຄວ້າຮໍ່າຮຽນສະແຫວງຫາຄວາມກ້າວຫນ້າຮອບດ້ານ.
ໃນຕອນທ້າຍ ທ່ານ ຮສ ປອ ຄຳຜາຍສີສະຫວັນ ຍັງໄດ້ເນັ້ນໃຫ້ພະນັກງານຄູອາຈານໃນມະຫາວິທະຍາໄລສຸພານຸວົງ ຈົ່ງຮໍ່າຮຽນເອົາແບບຢ່າງການນຳພາຂອງປະທານສຸພານຸວົງ ເພື່ອນຳໄປປະຕິບັດຫມູນໃຊ້ໃນຊີວິດຕົວຈິງ. ເພື່ອນຳພາໃຫ້ມະຫາວິທະຍາໄລສຸພານຸວົງ ກ້າວເດີນໄປຕາມຄຳຂວັນຂອງມະຫາວິທະຍາໄລສຸພານຸວົງວາງໄວ້ຄື: ລົງເລີກວິຊາສະເພາະ ພັດທະນາທ້ອງຖິ່ນ ກ້າວສູ່ມາດຕະຖານສາກົນ.
ຂ່າວໂດຍ : ດາວເພັດ ບຸນມາເລີດ
ພາບໂດຍ: ຈັນທະພອນ ,ໂພສິນ
ຮູບພາບ