ຂ່າວສານ
ມະຫາວິທະຍາໄລສຸພານຸວົງ ຈັດພິທີປະກາດແຕ່ງຕັ້ງ ແລະ ທາບທາມເປົ້າໝາຍພະນັກງານດຳລົງຕໍາແໜ່ງບໍລິຫານ
ໃນຕອນເຊົ້າຂອງວັນທີ 22 ມິຖຸນາ 2026 ທີ່ສະໂມສອນ ມະຫາວິທະຍາໄລສຸພານຸວົງ ໄດ້ຈັດພິທີປະກາດແຕ່ງຕັ້ງ ແລະ ທາບທາມພະນັກງານດຳລົງຕໍາແໜ່ງບໍລິຫານຂອງມະຫາວິທະຍາໄລສຸພານຸວົງ ຂຶ້ນ ໂດຍການເປັນປະທານຂອງທ່ານ ປອ. ຕຸດາວັນ ໜໍ່ເມືອງເສດ ຄະນະປະຈໍາພັກກະຊວງ, ຫົວໜ້າກົມການຈັດຕັ້ງກະຊວງສຶກສາທິການ ແລະ ກິລາ, ມີທ່ານ ຮສ. ປອ. ໄກສອນ ເພັງໂສພາ ຄະນະພັກກະຊວງ, ຫົວໜ້າກົມການສຶກສາຊັ້ນສູງກະຊວງສຶກສາທິການ ແລະ ກິລາ, ທ່ານ ຮສ. ປອ. ວົງປະສິດ ຈັນທະຄູນ ຄະນະປະຈໍາພັກ, ຮອງຜູ້ອໍານວຍການ ມະຫາວິທະຍາໄລສຸພານຸວົງ, ພ້ອມດ້ວຍພະນັກງານການນຳ ແລະ ຄູ-ອາຈານພາຍໃນ ມະຫາວິທະຍາໄລສຸພານຸວົງ ແລະ ແຂກຮັບເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີດັ່ງກ່າວທ່ານ ນ. ອຸໄລພອນ ເຄນກິຕິສັກ ຫົວໜ້າພະແນກຄຸ້ມຄອງລັດຖະກອນ, ກົມຈັດຕັ້ງກະຊວງສຶກສາທິການແລະກິລາ ໄດ້ຂຶ້ນຜ່ານຂໍ້ຕົກລົງແຕ່ງຕັ້ງ ທ່ານ ພູພະນົນ ພັນທະວົງ ເປັນຮອງຫົວໜ້າຄະນະວິຊາ ຄະນະວິສະວະກຳສາດ ແລະ ທ່ານ ປອ. ນ. ໜູພອນ ມະນີວັນ ເປັນຮອງຫົວໜ້າຄະນະວິຊາ ຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້, ພ້ອມກັນນັ້ນໃນພິທີຍັງໄດ້ມີການທາບທາມພະນັກງານດຳລົງຕໍາແໜ່ງຫົວໜ້າສູນຄວາມເປັນເລີດດ້ານການທ່ອງທ່ຽວ, ຮອງຫົວໜ້າຫ້ອງການຄຸ້ມຄອງວິຊາການ, ຫົວໜ້າພະແນກຂອງຫ້ອງການຄຸ້ມຄອງບໍລິຫານ ແລະ ຄຸ້ມຄອງວິຊາການ ພາຍໃນມະຫາວິທະຍາໄລສຸພານຸວົງ.
ຕໍ່ກັບພິທີດັ່ງກ່າວ ຄະນະປະທານໄດ້ໃຫ້ຄໍາໂອວາດຕໍ່ຜູ້ດໍາລົງຕໍາແໜ່ງໃໝ່ ແລະ ພະນັກງານອາຈານເຖິງພາລະບົດບາດການດຳລົງຕໍາແໜ່ງຂອງຜູ້ບໍລິຫານ, ຈົ່ງພ້ອມກັນເອົາໃຈໃສ່ປັບປຸງຄຸນນະພາບຂອງຜູ້ບໍລິຫານການສຶກສາໃຫ້ດີຂຶ້ນເທື່ອລະກ້າວ, ສ້າງແບບແຜນວິທີການແລະກົນໄກໃນການເຮັດວຽກໃຫ້ມີປະສິດທິພາບຢ່າງຕັ້ງໜ້າ ແລະ ບັນຫາອື່ນໆ, ພ້ອມກັນນັ້ນຈົ່ງພາກັນສ້າງມະຫາວິທະຍາໄລໃຫ້ມີການພັດທະນາຕໍ່ໄປຢ່າງບໍ່ຢຸດຢັ້ງ.
ຮູບພາບ