ຂ່າວສານ
ມະຫາວິທະຍາໄລສຸພານຸວົງ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ປະຈໍາສົກສຶກສາ 2025-2026 ແລະ ທິດທາງແຜນການ ສົກສຶກສາ 2026-2027
ໃນຕອນເຊົ້າຂອງວັນທີ 24 ສິງຫາ 2026 ທີ່ ສະໂມສອນໃຫຍ່ຂອງມະຫາວິທະຍາໄລສຸພານຸວົງ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາການສຶກສາປະຈໍາສົກສຶກສາ 2025-2026 ແລະ ທິດທາງແຜນການພັດທະນາການສຶກສາສົກສຶກສາ 2026-2027; ໂດຍການເປັນປະທານຂອງທ່ານ ຮສ. ວິລະ ອາໂນລັກ ຜູ້ອໍານວຍການມະຫາວິທະຍາໄລສຸພານຸວົງ, ມີຄະນະຜູ້ອໍານວຍການ, ຫົວໜ້າຄະນະວິຊາ, ຫົວໜ້າຫ້ອງການ, ຫົວໜ້າສະຖາບັນ, ຫົວໜ້າຫໍສະໝຸດ, ຫົວໜ້າສູນ ແລະ ພະນັກງານອາຈານທົ່ວມະຫາວິທະຍາໄລສຸພານຸວົງ ເຂົ້າຮ່ວມ, ຮວມທັງໝົດ 300 ກວ່າຄົນ.
ຈຸດປະສົງຂອງກອງປະຊຸມເພື່ອເຜີຍແຜ່ວຽກງານດ້ານວິຊາການ, ເຜີຍແຜ່ຄໍາແນະນໍາການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ເລກທີ 374/ຄຈສພ, ລົງວັນທີ 19 ມິຖຸນາ 2026, ເຜີຍແຜ່ມະຕິສະພາກຳມາທິການວິຊາການ ແລະ ບໍລິຫານ, ລາຍງານການຈັດຕັ້ງປະຕິບັດມະຕິກອງປະຊຸມປະຈໍາສົກສຶກສາ 2025-2026, ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາການ ສຶກສາປະຈໍາສົກສຶກສາ 2025-2026 ແລະ ທິດທາງແຜນການພັດທະນາການສຶກສາ ສົກ 2026-2027.
ປັດຈຸບັນ ມະຫາວິທະຍາໄລ ສຸພານຸວົງ ປະກອບມີ 6 ຄະນະວິຊາ 2 ຫ້ອງການ, 3 ສູນ, 1 ສະຖາບັນ ແລະ 1 ຫໍສະໝຸດ, ມີຫຼັກສູດການຮຽນ-ການສອນທັງໝົດ 62 ຫຼັກສູດ; ມີພະນັກງານ-ອາຈານທັງໝົດ 384 ຄົນ, ຍິງ 122 ຄົນ. ລະດັບວິຊາສະເພາະ ເໜືອປະລິນຍາເອກ 1 ຄົນ, ປະລິນຍາເອກ 33 ຄົນ, ປະລິນຍາໂທ 243 ຄົນ, ປະລິນຍາຕີ 103 ຄົນ, ຊັ້ນກາງ-ຊັ້ນຕົ້ນ 4 ຄົນ.
ພະນັກງານໄດ້ຮັບຕໍາແໜ່ງວິຊາການຄູທັງໝົດ 308 ຄົນ ຍິງ 97 ຄົນ, ໃນນີ້ມີຂັ້ນຮອງສາດສະດາຈານ 8 ຄົນ, ຍິງ 2 ຄົນ, ຂັ້ນອາຈານ 103 ຄົນ, ຍິງ 28 ຄົນ, ຂັ້ນຜູ້ຊ່ວຍອາຈານ 197 ຄົນ, ຍິງ 67 ຄົນ, ມີຊ່ຽວຊານຕ່າງປະເທດ 1 ຄົນ, ອາສາສະໝັກ 25 ຄົນ, ຍິງ 18 ຄົນ ແລະ ນັກສຶກສາທັງໝົດ 2,332 ຄົນ, ຍິງ 1,333 ຄົນ (ປະລິນຍາຕີປົກກະຕິ 1,770 ຄົນ, ຍິງ 937 ຄົນ, ຕໍ່ເນື່ອງປະລິນຍາຕີ 251 ຄົນ, ຍິງ 89 ຄົນ, ນັກສຶກສາປະລິນຍາໂທ 311 ຄົນ, ຍິງ 98 ຄົນ).
ໃນສົກສຶກສາ 2025-2026 ມະຫາວິທະຍາໄລສຸພານຸວົງ ມີຄາດໝາຍສູ້ຊົນທີ່ໄດ້ຈັດຕັ້ງປະຕິບັດ, ສາມາດບັນລຸ ແລະ ເກີນຄາດໝາຍຄື: ສົ່ງພະນັກງານໄປຍົກລະດັບປະລິນຍາເອກ 10 ຄົນ, ຍິງ 5 ຄົນ, ປະລິນຍາໂທ 11 ຄົນ, ຍິງ 4 ຄົນ ແລະ ເຂົ້າຮ່ວມກອງປະຊຸມຝຶກອົບຮົມໄລຍະສັ້ນ 263 ເທື່ອຄົນ, ຍິງ 80 ເທື່ອຄົນ; ຮ່ວມມືກັບບັນດາວິທະຍາໄລຢູ່ແຂວງພາກເໜືອເພື່ອເປີດສອນຫຼັກສູດລະດັບປະລິນຍາໂທ ແລະ ຕໍ່ເນື່ອງປະລິນຍາຕີໃນການຂະຫຍາຍການສຶກສາສູ່ທ້ອງຖິ່ນໄດ້ 4 ຫຼັກສູດ; ສ້າງຫຼັກສູດຮ່ວມກັບມະຫາວິທະຍາໄລຕ່າງປະເທດໃຫ້ໄດ້ 1 ຫຼັກສູດ; ຈັດຕັ້ງການສອບເສັງເລື່ອນຊັ້ນໃຫ້ນັກສຶກສາສາມາດສອບເສັງຜ່ານທັງ 2 ພາກຮຽນ ໄດ້ 85.63%; ດໍາເນີນການຄົ້ນຄວ້າວິທະຍາສາດປະຕິບັດໄດ້ 21 ຫົວຂໍ້, ໃນນັ້ນ ມີ 5 ຫົວຂໍ້ທີ່ໄດ້ເນັ້ນໃສ່ການແກ້ໄຂບັນຫາເສດຖະກິດ-ສັງຄົມ ແລະ ການສ້າງນະວັດຕະກຳໃໝ່, ສໍາເລັດການຕິດຕັ້ງໄຟຟ້າໂຊລາເຊວຕາມເສັ້ນທາງພາຍໃນ ມສ; ຕິດຕັ້ງຈໍ LED ຂະຫນາດ 3x8 ແມັດໃສ່ຫ້ອງປະຊຸມໃຫຍ່, ຍົກລະດັບສີມືແຮງງານໃຫ້ກັບຜູ້ປະກອບການ, ຂະແໜງບໍລິການ, ກະສິກໍາ ແລະ ການທ່ອງທ່ຽວ ທັງພາກລັດ, ພາກເອກະຊົນ ແລະ ຊາວກະສິກອນ ໂດຍຜ່ານຂະບວນການຝຶກອົບຮົມ 558 ຄົນ.
ມະຫາວິທະຍາໄລສຸພານຸວົງໄດ້ລົງນາມ MOU, MOA ແລະ MOD ທັງພາຍໃນ ແລະ ຕ່າງປະເທດທັງໝົດ 65 ສະບັບເຊິ່ງໃນນັ້ນສະເພາະສົກສຶກສາ 2025–2026 ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈດ້ານວິຊາການໄດ້ 10 ສະບັບ, ຮັບຊ່ຽວຊານ-ອາສາສະໝັກຕ່າງປະເທດເຂົ້າມາປະຕິບັດໜ້າທີ່ຢູ່ມະຫາວິທະຍາໄລ ທັງໝົດ 26 ຄົນ, ຍິງ 15 ຄົນ; ສະເໜີໂຄງການເພື່ອຍາດແຍ່ງທຶນຊ່ວຍເຫຼືອຈຳນວນ 16 ໂຄງການ.
ເພື່ອຜັນຂະຫຍາຍແຜນພັດທະນາການສຶກສາ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ XI, ແຜນພັດທະນາການສຶກສາ 5 ປີ ຄັ້ງທີ V (2026-2030) ຂອງ ມສ, ດໍາລັດ 282/ ລບ ນະຄອນຫຼວງວຽງຈັນ, ວັນທີ 22 ພຶດສະພາ 2024 ວ່າດ້ວຍການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ແລະ ມະຕິ 04/ກມສພ, ນະຄອນຫຼວງວຽງຈັນ, ວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ໃຫ້ປາກົດຜົນເປັນຈິງ ແລະ ບັນລຸທິດທາງລວມນັ້ນ, ມະຫາວິທະຍາໄລ ສຸພານຸວົງ ໄດ້ກໍານົດແຜນພັດທະນາການສຶກສາ ປະຈໍາສົກສຶກສາ 2026-2027 ໂດຍສຸມໃສ່ 3 ເປົ້າໃຫຍ່ຄື: ການເຂົ້າເຖິງຢ່າງເທົ່າທຽມ, ຄຸນນະພາບ ແລະ ຄວາມສອດຄ່ອງ, ການບໍລິຫານ ແລະ ຄຸ້ມຄອງ.
ຮູບພາບ