
ປະຫວັດຫຍໍ້
ຄະນະພາສາສາດ ຂຽນຫຍໍ້ (ຄພສ) ແມ່ນຄະນະໜຶ່ງໃນ 6 ຄະນະວິຊາຂອງ ມະຫາວິທະຍາໄລສຸພານຸວົງ. ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 16 ຕຸລາ 2009 ຢູ່ທີ່ວິທະຍາເຂດບ້ານດອນໃໝ່ ນະຄອນຫຼວງພະບາງ, ແຂວງຫຼວງພະບາງ. ຄພສ ມີໜ້າທີ່ກໍ່ສ້າງພະນັກງານວິຊາການດ້ານພາສາ ແລະ ສື່ສານມວນຊົນ. ລະດັບປະລິນຍາຕີມີຄຸນະພາບ ເພື່ອອອກຮັບໃຊ້ແກ່ສັງຄົມ. ປັດຈຸບັນ ຄພສ ປະກອບມີ 5 ສາຂາວິຊາຄື: ສາຂາພາສາລາວ – ວັນນະຄະດີ, ສາຂາພາສາອັງກິດ, ສາຂາສື່ສານມວນຊົນ, ສາຂາພາສາຫວຽດນາມ ແລະ ສາຂາພາສາເກົາຫຼີ.
ວິໃສທັດ
ລົງເລິກພາສາ ພັດທະນາວິຊາການ ສານສຳພັນສັດທະນາທຳ ກ້າວສູ່ສາກົນ
ຄຳຂວັນ
ພາສາເປັນເລີດ ເຊີດຊູວັດທະນາທຳ ກ້າວນຳຍຸກສະໄໝ ພຽບພ້ອມດ້ວຍວິໄນ ຮ່ວມໃຈພັດທະນາ
ຈຸດປະສົງຂອງຫຼັກສູດ
- ເພື່ອສ້າງນັກວິຊາການດ້ານພາສາ ສື່ສານມວນຊົນ ໃຫ້ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດສີນທຳປະຕິວັດ ແລະ ມີແນວຄິດຫຼັກໝັ້ນ ອອກຮັບໃຊ້ສັງຄົມ.
- ເພື່ອສ້າງນັກວິຊາການດ້ານພາສາ, ສື່ສານມວນຊົນ ເພື່ອປະກອບອາຊິບທັງພາກລັດພແລະ ເອກະຊົນ ແລະ ພັດທະນາເສດຖະກິດ-ສັງຄົມ.
- ເພື່ອເປີດໂອກາດໃຫ້ແກ່ນັກສຶກສາ, ນັກຄົ້ນຄວ້າວິໄຈ, ພະນັກງານ ແລະ ຜູ້ທີ່ສົນ ໃຈຕ່າງໆ. ເພື່ອສຶກສາຍົກລະດັບດ້ານພາສາ, ສື່ສານມວນຊົນ ແລະ ວັດທະນາທຳໃຫ້ສູງຂື້ນ.
- ຜູ້ສຳເລັດຕາມຫຼັກສູດນີ້ ສາມາດສຶກສາຕໍ່ໃນລະດັບປະລິນຍາໂທ ທັງພາຍໃນ ແລະ ພາຍນອກ.
ສະຖິຕິ
ຄະນະພາສາສາດປະກອບມີອາຈານສອນທັງໝົດ: 36 ທ່ານ ຍິງ: 13 ທ່ານ, ຊຽ່ວຊານຕ່າງປະເທດ 5 ທ່ານ, ຍິງ 2 ທ່ານ, ໃນນີ້ປະລີນຍາເອກ 1 ທ່ານ, ຍິງ 0 ປະລີນຍາໂທ ທ່ານ 17, ຍິງ 7 ທ່ານ, ປະລີນຍາຕີ 18 ທ່ານ, ຍິງ 6 ທ່ານ ແລະ ກຳລັງຮຽນປະລິນຍາໂທ 2 ທ່ານ, ຍິງ 1 ທ່ານ.
ນັກສຶກສາໃນສົກຮຽນ 2018-19 ມີທັງໝົດ 304 ຄົນ, ຍິງ 164 ຄົນ, ນັກສຶກສາຕ່າງປະເທດມີທັງໝົດ 6 ຄົນ, ຍິງ 3 ຄົນ.
ຫຼັກສູດ
- ປະລິນຍາຕີ ພາສາສາດ ສາຂາ ວິຊາ ພາສາອັງກິດ.
- ປະລິນຍາຕີ ພາສາສາດ ສາຂາ ວິຊາ ພາສາລາວ – ວັນນະຄະດີ
- ປະລີນຍາຕີ ພາສາສາດ ສາຂາສື່ສານມວນຊົນ
- ປະລີນຍາຕີ ພາສາສາດ ສາຂາພາສາຫວຽດນາມ
- ປະລີນຍາຕີພາສາສາດ ສາຂາ ວິຊາ ພາສາເກົາຫຼີ
- ປະລີນຍາພາສາສາດ ສາຂາພາສາຈີນ
(ລະບົບ 4 ປີ ລວມມີ 120 -150 ໜ່ວຍກິດ)
ຂະບວນຈັດການຮຽນ – ການສອນ
ການຈັດການຮຽນການສອນ ແມ່ນຖືເອົາຜູ້ຮຽນເປັນໃຈກາງ ໂດຍເນັ້ນໃຫ້ນັກສຶກສາສາມາດສະແຫວງຫາຄວາມຮູ້ ນອກເໜືອຈາກສິ່ງທີ່ຄູໄດ້ສິດສອນຢູ່ໃນຫ້ອງຮຽນຈາກແຫຼ່ງຂໍ້ມູນຂ່າວສານຕ່າງໆ. ໂດຍສະເພາະແມ່ນ ອິນເຕີເນັດ, ຫໍສະໝຸດ, ທັດສະນະສຶກສາ, ສຶກສາກໍລະນີຕົວຢ່າງ ແລະ ອື່ນໆ. ການດຳເນີນການຮຽນ – ການສອນ ແມ່ນໄດ້ນຳໃຊ້ເທັກໂນໂລຊີທີ່ທັນສະໄໝ ປະກອບເປັນສື່ການຮຽນການສອນ ເປັນຕົ້ນແມ່ນ ຊີດີ, ເທັບ, ໂປຼເຈັກເຕີ, ຄອມພິວເຕີ ແລະ ນະວັດຕະກຳທາງດ້ານເຕັກໂນໂລຊີອື່ນໆ.
ຫຼັງຈາກຮຽນຈົບຈາກຄະນະພາສາສາດ ມະຫາວິທະຍາໄລ ສຸພານຸວົງ ສາມາດປະກອບອາຊີບຕ່າງໆດັ່ງນີ້:
- ເປັນວິຊາການດ້ານພາສາ ແລະ ສື່ສານມວນຊົນ ຢູ່ໃນຫ້ອງການຕ່າງໆ.
- ເປັນ ນັກຄົ້ນຄວ້າວິໄຈ ທາງດ້ານພາສາ ບັນຈຸໃນຖະແຫຼງຂ່າວ – ວັດທະນະທຳ ແລະ ພະແນກການ ພາກລັດ ແລະ ເອກະຊົນ.
- ເປັນອາຈານສອນພາສາລາວໃຫ້ນັກສຶກສາຕ່າງປະເທດ
- ບັນຈຸໃນພະແນກການຕ່າງໆ ທັງພາກລັດ ແລະເອກະຊົນ.
- ເປັນວິຊາການທາງດ້ານພາສາ, ເປັນນັກຄົ້ນຄວ້າວິໄຈທາງດ້ານພາສາ, ເປັນອາຈານສອນ ເປັນນັກແປພາສາ ເປັນພະນັກງານນຳທ່ຽວ. ເປັນນັກຂ່າວທາງໂທລະພາບ ໜັງສືພິມ.
- ເປັນນັກວິຊາການ-ບໍລິຫານຢູ່ໃນບັນດາຫ້ອງການຕ່າງໆທັງພາກລັດ ແລະເອກະຊົນເຊັ່ນ: ບໍລິສັດການບິນ, ທະນາຄານ, ທ່ອງທ່ຽວ, ບ້ານພັກ – ໂຮງແຮມ, ພົວພັນຕ່າງປະເທດ, ໄປສະນີ, ລາວໂທລະຄົມ ແລະ ອື່ນໆ.