ວິໄສທັດ: ຄະນະສຶກສາສາດ ເປັນສູນກາງແຫ່ງຄວາມເປັນເລີດ ທາງດ້ານການຜະລິດ ແລະ ພັດທະນາວິຊາຊີບ ທາງການສຶກສາ ເພື່ອພັດທະນາທ້ອງຖິ່ນຢ່າງຍືນຍົງ ຢູ່ ເຂດພາກເໜືອຂອງ ສປປ ລາວ.
ພາລະກິດ: ເພື່ອເຮັດໃຫ້ວິໄສທັດ ກາຍເປັນຈິງ, ຄສສ ສົ່ງເສີມ ການພັດທະນາ ແລະ ການນຳໃຊ້ຄວາມຮູ້ດ້ານວິຊາການ ການ
ຈັດການຮຽນການສອນ ດັ່ງນີ້:
- ຜະລິດຄູລະດັບປະລິນຍາຕີໃນສາຂາຕ່າງໆ.
- ກະກຽມຄວາມພ້ອມໃນການເຊື່ອມໂຍງກັບສາກົນ
- ພັດທະນາຄູ ແລະ ຜູ້ປະກອບການທາງດ້ານວິຊາຊີບຄູ
- ວິໄຈເພື່ອພັດທະນາວິຊາຊີບຄູ
- ບໍລິການວິຊາການໃຫ້ແກ່ສັງຄົມໃນທ້ອງຖິ່ນ
- ປົກປັກຮັກສາ ແລະ ສົ່ງເສີມສິລະປະວັດທະນະທໍາທີ່ເປັນເອກະລັກຂອງທ້ອງຖິ່ນ, ຂອງຊາດ ແລະ ສາກົນ
- ພັດທະນາລະບົບບໍລິຫານຈັດການພາຍໃນຄະນະວິຊາ
ຄໍາຂວັນ: ສ້າງຄົນໃຫ້ມີຄວາມຮູ້ ສ້າງຄູໃຫ້ມີຄຸນນະພາບ ມີວິໄນ ໃສ່ໃຈ ພັດທະນາທ້ອງຖິ່ນ.
ປະຫວັດຂອງຄະນະສຶກສາສາດ:
ຄະນະສຶກສາສາດ (ຄສສ) ແມ່ນຄະນະໜຶ່ງໃນບັນດາ 3 ຄະນະທໍາອິດ ທີ່ໄດ້ຮັບການສ້າງຕັ້ງຂຶ້ນ ຕາມດໍາລັດຂອງນາຍຍົກລັດຖະມົນຕີ ສະບັບເລກທີ່ 169/ນຍ, ລົງວັນທີ່ 4 ພະຈິກ 2003 ແລະ ໄຂສົກຮຽນຄັ້ງປະຖົມມະລຶກ ໃນ ວັນທີ 5 ພະຈິກ 2003. ຄະນະສຶກສາສາດ ມະຫາວິທະຍາໄລສຸພານຸວົງ ແມ່ນສະຖາບັນການສຶກສາຊັ້ນສູງຂອງລັດ ເປັນສູນກາງສຶກສາ ແລະ ວັດທະນະທໍາແຫ່ງຊາດ ໂດຍສະເພາະແມ່ນການສ້າງຄູລະດັບປະລິນຍາຕີຢູ່ບັນດາແຂວງພາກເໜືອ. ຊຶ່ງມີສໍານັກງານຕັ້ງຢູ່ບ້ານນາສ້າງເຫວີຍ ນະຄອນຫຼວງພະບາງ ແລະ ແຂວງຫຼວງພະບາງ; ພາຍໃຕ້ການຊີ້ນໍາຈາກກະຊວງສຶກສາທິການ ແລະ ກິລາ ແລະ ການນໍາພາຂອງອົງຄະນະພັກແຂວງຫຼວງພະບາງ ກໍ່ຄື ມະຫາວິທະຍາໄລສຸພານຸວົງ ຄະນະສຶກສາສາດ ກໍ່ໄດ້ພ້ອມກັນສຸມກໍາລັງເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການປະຕິບັດພາລະບົດບາດ ແລະ ໜ້າທີຂອງຕົນຄື: ຈັດຕັ້ງການຮຽນ-ການສອນ, ການຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການແກ່ສັງຄົມ ລວມທັງການປົກປັກຮັກສາວັດທະນະທໍາຮີດຄອງປະເພນີອັນດີງາມຂອງບັນດາເຜົ່າ ຕະຫຼອດເຖີງການປົກປັກຮັກສາເມືອງຫຼວງພະບາງ ເມືອງມໍລະດົກໂລກ.
ປັດຈຸບັນ ຄະນະສຶກສາສາດ ປະກອບດ້ວຍ 3 ພາກວິຊາ ແລະ 6 ຫຼັກສູດ ຄື: ພາກວິຊາຄູພາສາປະກອບມີ: ຫຼັກສູດຄູພາສາລາວ – ວັນນະຄະດີ, ແລະ ຫຼັກສູດຄູພາສາອັງກິດ; ພາກວິຊາ ຄູວິທະຍາສາດທໍາມະຊາດປະກອບມີ: ຫຼັກສູດຄູຄະນິດສາດ,ຫຼັກສູດຄູຟີຊິກສາດ ແລະ ຫຼັກສູດຄູເຄມີສາດ ແລະ ພາກວິຊາຄູ ວິທະຍາສາດສັງຄົມ ປະກອບມີ: ຫຼັກສູດຄູວິທະຍາສາດການເມືອງ. ນອກຈາກນີ້ ຄສສ ປະກອບມີ 4 ພະແນກຄື: ພະແນກບໍລິຫານ, ພະແນກວິຊາການ, ພະແນກຄົ້ນຄວ້າວິທະຍາສາດ ແລະ ພະແນກຄຸ້ມຄອງນັກສຶກສາ . ໃນສົກສຶກສາ 2019-2020 ຄະນະສຶກສາສາດ ມີພະນັກງານທັງໝົດ 69 ຄົນ, ຍິງ 22 ຄົນ; ລະດັບວິຊາສະເພາະຂອງພະນັກງານ-ອາຈານ ມີ ປະລິນຍາເອກ 1 ຄົນ, ຍິງ 0 ຄົນ, ປະລິຍາໂທ 33 ຄົນ, ຍິງ 4 ຄົນ ແລະ ປະລິນຍາຕີ 35 ຄົນ ຍິງ 18 ຄົນ. ແລະ ມີນັກສຶກສາທັງໝົດມີ 547 ຄົນ, ຍິງ 248 ຄົນ.
ສະຖານທີ່ຕັ້ງ
ຄະນະສຶກສາສາດ ຕັ້ງຢູ່ເຂດບ້ານນາສ້າງເຫວີຍ ທີ່ມີຕຶກອາຄານຮຽນ ແລະ ອາຄານທີ່ໃຊ້ເປັນຫ້ອງການ ທັງໝົດ 9 ອາຄານ. ໃນນັ້ນ, ຍັງມີ ອາຄານຫໍພັກພະນັກງານ ແລະ ນັກສຶກສາທັງໝົດ 8 ອາຄານ ( ມີເອກະສານຕິດຄັດມາພ້ອມ).
ໂຄງຮ່າງການຈັດຕັ້ງ

- ຫຼັກການຮຽນ ການສອນ
ຫຼັກສູດທີ່ເປີດການຮຽນ – ການສອນແມ່ນໄດ້ນຳໃຊ້ຫຼັກສູດສ້າງຄູມັດທະຍົມຕອນຕົ້ນ ແລະ ຕອນປາຍ ສາມາດສອນໄດ້ແຕ່ ມ1 – ມ7 ໂດຍແມ່ນຫຼັກສູດຂອງກົມສ້າງຄູ ແລະ ໄດ້ຮັບການອະນຸມັດຢ່າງເປັນທາງການ ຈາກກະຊວງສຶກສາທິການ ແລະ ກິລາ.
ຄະນະສຶກສາສາດໄດ້ເລີ່ມ ຈັດການຮຽນ – ການສອນຢ່າງເປັນທາງການນັບແຕ່ ວັນທີ 1 ຕຸລາ ຂອງທຸກໆປີ ແລະ ໄດ້ຈັດແບ່ງຊົ່ວໂມງສອນໃຫ້ ຄູ – ອາຈານ ໂດຍສະເລ່ຍ 7.5 ຊົ່ວໂມງຕໍ່ອາທິດ/ຕໍ່ອາຈານ ໂດຍອີງຕາມຂໍ້ກໍານົດຂອງ ມ.ສ ຕາມ ເລກທີ 613/ມສ ວກ. ລົງວັນທີ 25/02/2015 ວາງອອກ. ມາຮອດປະຈຸບັນ ຄະນະສຶກສາສາດ ຍັງໄດ້ດຳເນີນການຮຽນ – ການສອນ ປະກອບດ້ວຍ 3 ພາກວິຊາ ຄື: ພາກວິຊາຄູວິທະຍາສາດທໍາມະຊາດ, ພາກວິຊາຄູພາສາສາດ ແລະ ພາກວິຊາຄູວິທະຍາສາດສັງຄົມ. ປະກອບມີ 6 ຫຼັກສູດຄື:
- ພາກວິຊາຄູວິທະຍາສາດທໍາມະຊາດ:
1) ຫຼັກສູດຄູຄະນິດສາດ
2) ຫຼັກສູດຄູຟີຊິກສາດ
3) ຫຼັກສູດຄູເຄມີສາດ
- ພາກວິຊາຄູພາສາສາດ:
1) ຫຼັກສູດຄູພາສາລາວ – ວັນນະຄະດີ
2) ຫຼັກສູດຄູພາສາອັງກິດ
- ພາກວິຊາຄູວິທະຍາສາດສັງຄົມ:
1) ຫຼັກສູດຄູວິທະຍາສາດການເມືອງ Next