- ປະຫວັດຫຍໍ້, ຄໍາຂວັນ, ວິໄສທັດ ແລະ ໜ້າທີ່ຂອງ ຄະນະວິສະວະກໍາສາດ.
- ປະຫວັດຫຍໍ້:
ຄະນະວິສະວະກຳສາດ (ຄວສ.) ມະຫາວິທະຍາໄລສຸພານຸວົງ (ມສ.) ຊຶ່ງສ້າງຕັ້ງຂຶ້ນໃນ ສົກຮຽນ 2006-2007 ພາຍໃຕ້ໂຄງການກໍ່ສ້າງ ມະຫາວິທະຍາໄລແຫ່ງຊາດ ສາຂາ ຫຼວງພະບາງ. ຄະນະວິສະວະກຳສາດ ປະກອບດ້ວຍ 4 ພາກວິຊາ: ພາກວິຊາວິສະວະກຳໄຟຟ້າ, ພາກວິຊາວິສະວະກໍາຄອມພິວເຕີ, ພາກວິຊາວິສະວະກຳໂຍທາ ແລະ ພາກວິຊາວິສະວະກຳວັດສະດຸສາດ ພາຍໃຕ້ລະບົບການສຶກສາ 4 ປີ ໃນລະດັບປະລິນຍາຕີ.
- ຄໍາຂັວນ:
“ວິຊາການເກັ່ງ ເປັນຄົນດີ ມີວິໄນ ໃສ່ໃຈສ້າງປະໂຫຍດ ໂດດເດັ່ນໃນສັງຄົມ “
- ວິໄສທັດ:
ຄະນະວິສະວະກຳສາດ ຈະຕ້ອງເປັນ:
- ແຫຼ່ງຜະລິດນັກວິສະວະກອນທີ່ເກັ່ງທາງດ້ານວິຊາການທີ່ພຽບພ້ອມໄປດ້ວຍຄຸນສົມບັດດີ, ແທດເໝາະ ແລະ ເປັນທີ່ຕ້ອງການຂອງສັງຄົມ ທັງພາຍໃນ ແລະ ຕ່າງປະເທດ.
- ເປັນແຫຼ່ງໃຫ້ບໍລິການວິຊາການແກ່ສັງຄົມດ້ວຍຄວາມໝັ້ນໃຈ ແລະ ຮັບປະກັນທາງດ້ານຄຸນນະພາບ.
- ໜ້າທີ່
- ສ້າງນັກວິສະວະກອນທີ່ມີຄວາມສາມາດເຮັດວຽກໄດ້ຢ່າງມີປະສິດທິພາບ ແລະ ແທດເໝາະກັບຄວາມຕ້ອງການຂອງສັງຄົມ.
- ສ້າງນັກສຶກສາທີ່ຈົບອອກໄປໃຫ້ມີມະນຸດສຳພັນທີ່ດີ, ຊື່ສັດ, ຮັກການອອກແຮງງານ ແລະ ເຄົາລົບຕໍ່ລະບຽບກົດໝາຍ.
- ເຮັດການຄົ້ນຄ້ວາ-ທົດລອງຕ່າງໆເພື່ອໃຫ້ຜົນປະໂຫຍດຕໍ່ການພັດທະນາສັງຄົມ.
- ໃຫ້ບໍລິການວິຊາການດ້ານວິສະວະກໍາຢ່າງມີຄຸນນະພາບ.
- ຮັກສາຮີດຄອງປະເພນີ ແລະ ວັດທະນະທຳຂອງລາວ.
- ພັດທະນາຄະນະວິຊາໃຫ້ສາມາດກຸ້ມຕົນເອງ-ເພິ່ງຕົນເອງໄດ້.
- ສະຖິຕິພະນັກງານ-ອາຈານ ແລະ ນັກສຶກສາ
- ພະນັກງານ-ອາຈານທັງໝົດ 51 ທ່ານ, ຍິງ 5 ທ່ານ.
- ປະລິນຍາເອກ 2 ທ່ານ, ຍິງ 0
- ປະລິນຍາໂທ 27 ທ່ານ, ຍິງ 2ທ່ານ
- ປະລິນຍາຕີ 21 ທ່ານ, ຍິງ 3 ທ່ານ ແລະ ຊັ້ນສູງ 1 ທ່ານ, ຍິງ 0
- ປັດຈຸບັນໄດ້ດຳເນີນການຮຽນ-ການສອນສຳເລັດ 9 ຮຸ່ນ ມີນັກສຶກສາຈົບທັງໝົດ 1018 ຄົນ, ຍິງ 159 ຄົນ
- ຫຼັກສູດການຮຽນ-ການສອນ ມີຄື:
1). ຫຼັກສູດປະລິນຍາຕີວິສະວະກໍາໄຟຟ້າ
2).ຫຼັກສູດປະລິນຍາຕີວິສະວະກໍາຄອມພິວເຕີ
3).ຫຼັກສູດປະລິນຍາຕີວິສະວະກໍາໂຍທາ
4).ຫຼັກສູດປະລິນຍາຕີເຕັກໂນໂລຊີໂລຈິສຕິກ
5).ຫຼັກສູດປະລິນຍາຕີວິສະວະກໍາວັດສະດຸສາດ
- ໂຄງປະກອບການຈັດຕັ້ງ
ຄະນະວິສະະກຳສາດ ມີໂຄງປະກອບກົງຈັກ ດັ່ງນີ້:
4.1. ສະພາຄະນະວິສະວະກຳສາດ, ກຳມະການບໍລິຫານ ແລະ ກຳມະການວິຊາການ
4.2. ຄະນະບໍດີ ແລະ ຮອງຄະນະບໍດີ ປະກອບມີ:
- ຄະນະບໍດີ 1 ທ່ານ
- ຮອງຄະນະບໍດີ ຝ່າຍບໍລິຫານ 1 ທ່ານ
- ຮອງຄະນະບໍດີ ຝ່າຍວິຊາການ 1 ທ່ານ
4.3. ໂຄງປະກອບກົງຈັກດ້ານບໍລິຫານ ປະກອບມີ:
- ພະແນກບໍລິຫານ
- ພະແນກວິຊາການ
- ພະແນກຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ
- ພະແນກຄຸ້ມຄອງນັກສຶກສາ
4.4. ໂຄງປະກອບກົງຈັກດ້ານວິຊາການ ປະກອບມີ 4 ພາກວິຊາ:
- ພາກວິຊາວິສະວະກຳໄຟຟ້າ
- ພາກວິຊາວິສະວະກຳຄອມພິວເຕີ
- ພາກວິຊາວິສະວະກຳໂຍທາ
- ພາກວິຊາວິສະວະກຳວັດສະດຸສາດ