ຍີນດີຕ້ອນຮັບເຂົ້າສູ ມະຫາວິທະຍາໄລ ສຸພານຸວົງ



# ເລີ່ມເປີດຂາຍຄຳຮ້ອງ ວັນທີ 15 ກໍລະກົດ – 14 ສິງຫາ 2025
# ສອບເສັງ ວນທີ 15 ສິງຫາ
# ສະຖານທີສອບເສັງ ທີ ມະຫາວິທະຍາໄລ ສຸພານຸວົງ (ວິທະຍາເຂດບ້ານດອນໄໝ່)
# ສາມາດດາວໂລດແບບຟອມສະໝັກສອບເສັງໄດ້ທີ່ລິ້ງລຸ່ມນີ້:
# ແບບຟອມສະໜັກທີ່ຫ້ອງ 104 ຫ້ອງການຄຸ້ມຄອງວິຊາການ ຕຶກສຳນັກງານອະທິການບໍດີ ມະຫາວິທະຍາໄລ ສຸພານຸວົງ
ເບີຕິດຕໍ່:030 5750401; 020 22842957; 020 58201100
ສາມາດສະໜັກສອບເສັງອອນໄລ ໄດ້ທີ່:
ການຈັດການຮຽນ-ການສອນ ຢູ່ທີ່ ມະຫາວິທະຍາໄລ ສຸພານຸວົງ
ການຈັດການຮຽນ–ການສອນ ຢູ່ທີ່ ມະຫາວິທະຍາໄລ ສຸພານຸວົງ
ມະຫາວິທະຍາໄລ ສຸພານຸວົງ ປະກອບມີ 6 ຄະນະວິຊາ ແລະ ມີ 62 ຫຼັກສູດທີ່ຈັດຕັ້ງການຮຽນ-ການສອນຄື: ລະດັບປະລິນຍາຕີມີ 43 ສາຂາວິຊາ, ລະດັບຕໍ່ເນື່ອງປະລິນຍາຕີ 12 ສາຂາວິຊາ ແລະ ປະລິນຍາໂທ 7 ສາຂາວິຊາ.
ລະດັບປະລິນຍາຕີ (43 ສາຂາວິຊາ):
ໄລຍະການຮຽນ ແມ່ນ 4 ປີ (ສ່ວນສາຂາ ສະຖາປັດຕະຍະກໍາ ແລະ ສັດຕະວະແພດ ແມ່ນ 5 ປີ) ເຊິ່ງປະກອບມີ 2 ພາກຮຽນຕໍ່ປີຄື: ພາກຮຽນທີ 1 ເລີ່ມແຕ່ເດືອນກັນຍາ (09) ຫາ ເດືອນມັງກອນ (01) ແລະ ພາກຮຽນທີ 2 ເລີ່ມແຕ່ເດືອນກຸມພາ (02) ຫາເດືອນມິຖຸນາ (06).
- ຄະນະສຶກສາສາດ ປະກອບມີ 7 ຫຼັກສູດ:
- ສາຂາ ຄູຄະນິດສາດ
- ສາຂາ ຄູເຄມີສາດ
- ສາຂາ ຄູຟີຊິກສາດ
- ສາຂາ ຄູພາສາລາວ-ວັນນະຄະດີ
- ສາຂາ ຄູວິທະຍາສາດການເມືອງ
- ສາຂາ ຄູພາສາອັງກິດ
- ສາຂາ ຄູໄອຊີທີ
- ຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້ ປະກອບມີ 8 ຫຼັກສູດ:
- ສາຂາ ວິທະຍາສາດພືດ
- ສາຂາ ວິທະຍາສາດການລ້ຽງສັດ
- ສາຂາ ຊັບພະຍາກອນປ່າໄມ້
- ສາຂາ ວິທະຍາສາດ ແລະ ເຕັກໂນໂລຊີອາຫານ
- ສາຂາ ທ່ອງທ່ຽວນິເວດ
- ສາຂາ ພັດທະນາຊົນນະບົດ
- ສາຂາ ພັດທະນາຜະລິດຕະພັນກະສິກໍາ ແລະ ການຕະຫຼາດ
- ສາຂາ ສັດຕະວະແພດ
- ຄະນະເສດຖະສາດ ແລະ ການທ່ອງທ່ຽວ ປະກອບມີ 10 ຫຼັກສູດ:
- ສາຂາ ເສດຖະສາດ
- ສາຂາ ທຸລະກິດລະຫວ່າງປະເທດ
- ສາຂາ ການຄ້າສາກົນ
- ສາຂາ ບໍລິຫານທຸລະກິດທົ່ວໄປ
- ສາຂາ ທຸລະກິດໄອທີ
- ສາຂາ ບໍລິຫານການທ່ອງທ່ຽວ
- ສາຂາ ບໍລິຫານການໂຮງແຮມ
- ສາຂາ ການເງິນ ແລະ ການທະນາຄານ
- ສາຂາ ການບັນຊີ
- ສາຂາ ບໍລິຫານການທ່ອງທ່ຽວ (ຈັດການຮຽນ-ການສອນເປັນພາສາຕ່າງປະເທດ)
- ຄະນະວິສະວະກໍາສາດ ປະກອບມີ 7 ຫຼັກສູດ:
- ສາຂາ ວິສະວະກໍາໄຟຟ້າ
- ສາຂາ ເອເລັກໂທຣນິກ ແລະ ການສື່ສານ
- ສາຂາ ວິສະວະກໍາຄອມພິວເຕິ
- ສາຂາ ວິສະວະກໍາໄອທີ
- ສາຂາ ວິສະວະກໍາໂຍທາ
- ສາຂາ ເທັກໂນໂລຊີ ໂລຈິດສະຕິກ
- ສາຂາ ວິສະວະກຳວັດສະດຸສາດ
- ຄະນະສະຖາປັດຕະຍະກໍາສາດ ປະກອບມີ 5 ຫຼັກສູດ:
- ສາຂາ ສະຖາປັດຕະຍະກຳ
- ສາຂາ ບໍລິຫານສະຖາປັດຕະຍະກຳ
- ສາຂາ ສະຖາປັດຕະຍະກຳພາຍໃນ
- ສາຂາ ສະຖາປັດຕະຍະກໍາລາວ
- ສາຂາ ອອກແບບຜະລິດຕະພັນ ແລະ ບັນຈຸພັນ
- ຄະນະພາສາສາດ ປະກອບມີ 6 ຫຼັກສູດ:
- ສາຂາ ພາສາ ແລະ ວັດທະນາທຳ
- ສາຂາ ສື່ສານມວນຊົນ
- ສາຂາ ພາສາອັງກິດທົ່ວໄປ
- ສາຂາ ພາສາເກົາຫຼີ
- ສາຂາ ພາສາຫວຽດນາມ
- ສາຂາ ພາສາຈີນ
ລະດັບຕໍ່ເນື່ອງປະລິນຍາຕີ (12 ສາຂາວິຊາ):
ໄລຍະການຈັດຕັ້ງການຮຽນ-ການສອນ ແມ່ນ 2 ປີ ເຊິ່ງປະກອບມີ 2 ລະບົບໃນການຮຽນຄື: ຮຽນວັນເສົາ, ວັນອາທິດ ແລະ ແບບເປັນໂມດູນ (10-12 ວັນ ຕໍ່ເດືອນ).
- ຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້
- ສາຂາ ວິທະຍາສາດພືດ
- ສາຂາ ວິທະຍາສາດການລ້ຽງສັດ
- ສາຂາ ຊັບພະຍາກອນປ່າໄມ້
- ສາຂາ ວິທະຍາສາດ ແລະ ເຕັກໂນໂລຊີອາຫານ
- ຄະນະເສດຖະສາດ ແລະ ການທ່ອງທ່ຽວ
- ສາຂາ ບໍລິຫານທຸລະກິດທົ່ວໄປ
- ສາຂາ ທຸລະກິດໄອທີ
- ສາຂາ ການເງິນ ແລະ ການທະນາຄານ
- ຄະນະວິສະວະກໍາສາດ
- ສາຂາ ວິສະວະກໍາໄຟຟ້າ
- ສາຂາ ວິສະວະກໍາຄອມພິວເຕິ
- ສາຂາ ວິສະວະກໍາໂຍທາ
- ຄະນະສະຖາປັດຕະຍະກໍາສາດ
- ສາຂາ ບໍລິຫານສະຖາປັດຕະຍະກຳ
- ຄະນະພາສາສາດ
- ສາຂາ ພາສາອັງກິດທົ່ວໄປ
ລະດັບປະລິນຍາໂທ (07 ສາຂາວິຊາ):
ໄລຍະການຈັດຕັ້ງການຮຽນ-ການສອນ ແມ່ນ 2ປີ ເຊິ່ງປະກອບມີ 2 ລະບົບໃນການຮຽນຄື: ຮຽນວັນເສົາ, ວັນອາທິດ ແລະ ແລະ ແບບເປັນໂມດູນ (10-12 ວັນ ຕໍ່ເດືອນ).
- ສາຂາ ວິທະຍາສາດການລ້ຽງສັດ
- ສາຂາ ກະສິກໍາ ແລະ ສິ່ງແວດລ້ອມປ່າໄມ້
- ສາຂາ ບໍລິຫານທຸລະກິດ
- ສາຂາ ເສດຖະສາດ
- ສາຂາ ບໍລິຫານຊັບພະຍາກອນອົງກອນ
- ສາຂາ ການສຶກສາ ແລະ ການພັດທະນາ
- ສາຂາ ວິສະວະກໍາຄອມພິວເຕິ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ
……………………………………………………………………………………………………………………………………………………
The Teaching and Learning at Souphanouvong University
Souphanouvong University was included 06 faculties and has provided 62 curriculums of teaching and learning such as: 43 for bachelor programs, 12 for continuing programs and 07 for master programs.
Bachelor Program (42 Curriculums):
The period of teaching and learning in SU for bachelor program were 4 to 5 years and have provided two semesters per year including the 1st semester started from September to January, and then February to June for 2nd semester.
- Faculty of Education
- Mathematics Teacher
- Chemistry Teacher
- Physics Teacher
- Lao-Literature Teacher
- Political Science Teacher
- English Teacher
- Information Communication and Technology
- Faculty of Agriculture and Forest Resource
- Plant Science
- Animal Science
- Forest Resources
- Food Science and Technology
- Eco-Tourisms
- Rural Development
- Agricultural Development and Marketing
- Veterinary Medicine
- Faculty of Economic and Tourism
- Economics
- International Business Management
- Internal Commerce
- General Business Management
- IT Business
- Tourism Management
- Hotel Management
- Finance and Banking
- Accounting
- Tourism Management (International Program)
- Faculty of Engineering
- Electronic Engineering
- Electronic and Communication Engineering
- Computer Engineering
- IT Engineering
- Civil Engineering
- Technology Logistic
- Material Science Engineering
- Faculty of Architecture
- Architecture
- Architecture Management
- Interior Architecture
- Lao Architecture
- Product and Package Design
- Faculty of Languages
- Lao-Language and Culture
- Mass Communication
- General English
- Korean Language
- Vietnamese Language
- Chinese Language
Continuing Program (12 Curriculums):
The period of teaching and learning in SU was two years and provided two study systems for continuing program such as the normal system (Monday to Friday) and the module system (10 to 12days per month).
- Faculty of Agriculture and Forest Resource
- Plant Science
- Animal Science
- Forest Resources
- Food Science and Technology
- Faculty of Economic and Tourism
- General Business Management
- IT Business
- Finance and Banking
- Faculty of Engineering
- Electronic Engineering
- Computer Engineering
- Civil Engineering
- Faculty of Architecture
- Architecture Management
- Faculty of Languages
- General English
Master program (07 Curriculums):
The period of teaching and learning was two years and provided two study system for master program such as the normal system (Monday to Friday) and the module system (10 to 12days per month).
- Animal Science
- Agriculture and Forestry Environment
- Business Administration
- Economics
- Organizational Resources Management
- Education and Development
- Computer Engineering and Information Technology









ຕອນເຊົ້າວັນທີ 22 ກຸມພາ 2025 ທີ່ສະໂມສອນໃຫ່ຍມະຫາວິທະຍາໄລສຸພານຸວົງ ໄດ້ມີການຈັດກອງປະຊຸມໂຄສະນາເຜີຍແຜ່ ແລະ ພົບປະແລກປ່ຽນດ້ານການສຶກສາ ລາວ – ຈີນ (ຫຼວງພະບາງ – ຢຸນນານ) ໃຫ້ກຽດເປັນປະທານກອງປະຊຸມໂດຍທ່ານ ຈາງ ເຊີ້ຜິງ ກົງສູນໃຫ່ຍ ສປ ຈີນ ປະຈຳຫຼວງພະບາງມີທ່ານ ປອ . ນ. ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ວັນໄຊ ຕະວິນຍາ ຮອງຄະນະໂຄສະນາອົມຮົມສູນການພັກ, ທ່ານ ຮສ .ວິລະ ອາໂນລັກ ອະທິການບໍດີ ມະຫາວິທະຍາໄລສຸພານຸວົງ ,ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ປະທານຄະນະກຳມະການ ຮ່ວມມືລາວ – ຈີນ, ຫົວໜ້າທີມແລກປ່ຽນການສຶກສາຈາກແຂວງຢຸນນານ ,ການນຳ, ຄູອາຈານ ,ນັກສຶກສາຈາກຄະນະວິຊາຕ່າງໆ ຂອງມະຫາວິທະຍາໄລສຸພານຸວົງ ແລະ ວິທະຍາໄລວິຊາຊີບຕ່າງໆໃນພາກເໝືອເຂົ້າຮ່ວມຢ່າງພ້ອມພຽງເຊິ່ງພາຍໃນງານມີການຮັບຊົມຮ້ານວາງສະແດງໂຄສະນາເຜີຍແຜ່ວຽກງານການສຶກສາຮ້ອງປະສານສຽງຈາກມະຫາວິທະຍາໄລ 9 ແຫ່ງ ແລະ ການນຳໄດ້ຜັນປ່ຽນກັນໃຫ້ຄຳຄິດເຫັນຕໍ່ກັບງານດັ່ງກ່າວ ນອກນັ້ນຍັງໄດ້ມີການສະແດງການຮ້ອງເພງຈີນຈາກນັກສຶກສາມະຫາວິທະຍາໄລສຸພານຸວົງພ້ອມກັບການມອບຮັບອຸປະກອນການສິດສອນ ໂດຍສາຍການບິນຊາຍນາອີສເຕິນແອລາຍ,ທະນາຄານລາວຈີນ ມອບຄອມພິວເຕີ ໃຫ້ກັບສະຖາບັນຂົງຈື .






ຕອນບ່າຍວັນທີ 7 ກຸມພາ(2) 2025 ຢູ່ມະຫາວິທະຍາໄລສຸພານຸວົງ ໄດ້ມີການຈັດພິທີຕ້ອນຮັບຄະນະຜູ້ບໍລິຫານລະດັບສູງ ລະຫວ່າງມະຫາວິທະຍາໄລສຸພານຸວົງ ແລະ ມະຫາວິທະຍາໄລຂອນແກ່ນຂຶ້ນ ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ຮສ. ວິລະ ອາໂນລັກ ອະທິການບໍດີ ມະຫາວິທະຍາໄລ ສຸພານຸວົງ ມີທ່ານ ຮສ. ຊານໄຊ ພານທອງວິລິຍາກຸນ ອະທິການບໍດີ ມະຫາວິທະຍາໄລຂອນແກ່ນ, ມີຮອງອະທິການບໍດີ, ຄະນະບໍດີແຕ່ລະຄະນະຂອງມະຫາວິທະຍາໄລທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ ຈຸດປະສົງຂອງການຈັດພິທີໃນຄັ້ງນີ້ເພື່ອເປັນການຮັດແໜ້ນ, ເສີມສ້າງສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີຂອງທັງ2ມະຫາວິທະຍາໄລ.



ຕອນເຊົ້າຂອງ ວັນທີ 10 ມັງກອນ 2025 ມະຫາວິທະຍາໄລ ສຸພານຸວົງ ໄດ້ຈັດກອງປະຊຸມໃຫ່ຍຂອງ ຄະນະພັກຮາກຖານ ໂດຍໄດ້ຮັບກຽດເຂົ້າຮ່ວມ ແລະ ເປັນປະທານ ໂດຍສະຫາຍ ສຸກັນ ບຸນຍົງ ຮອງເລຂາຄະນະບໍລິຫານງານພັກແຂວງ, ມີບັນດາແຂກ ຕາງໜ້າຈາກ ກະຊວງສຶກສາທິການ ແລະ ກິລາ, ຕາງໜ້າຈາກ ພະແນກຈັດຕັ້ງແຂວງ, ພະແນກພາຍໃນ, ກວດກາ, ພະແນກ ສຶກສາທິການ ແລະ ກິລາແຂວງ,ມີ ບັນດາສະຖາບັນການສຶກສາຊັ້ນສູງທົ່ວແຂວງ ແລະ ພະນັກງານບຳນານ ຜູ້ຊົງຄຸນນະວຸດ. ມີຜູ້ແທນສົມບູນທັງໝົດ 125 ສະຫາຍ, ຍິງ 32 ສະຫາຍ, ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກພັກ ທັງໝົດໃນທົ່ວ ມະຫາວິທະຍາໄລ ສຸພານຸວົງ 345 ສະຫາຍ, ຍິງ 112 ສະຫາຍ, ພ້ອມນີ້ ຍັງມີແຂກຖືກເຊີນ ເຂົ້າຮ່ວມ 13 ສະຫາຍ, ຍິງ 02 ສະຫາຍ.


ວັນທີ 30 ທັນວາ 2024 ທີ່ສະໂມສອນໃຫຍ່ມະຫາວິທະຍາໄລສຸພານຸວົງ ໄດ້ມີກອງປະຊຸມປະກອບຄຳຄິດເຫັນໃສ່ຮ່າງລາຍງານການເມືອງ, ຮ່າງເເຜນພັດທະນາຂະເເໜງການ, ຮ່າງບົດສຳຫຼວດການນຳພາລວມ ເເລະ ທາບທາມບຸກຄະລາກອນ ຮອບທີ ll ຂອງຄະນະພັກຮາກຖານມະຫາວິທະຍາໄລສຸພານຸວົງ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ສຸກັນ ບຸນຍົງ ຮອງເລຂາຄະນະບໍລິຫານງານພັກເເຂວງ, ຜູ້ຊີ້ນຳວຽກງານພັກ- ພະນັກງານຂັ້ນເເຂວງ, ສະຫາຍ ຮສ ວິລະ ອາໂນລັກ ຮັກສາການເລຂາຄະນະພັກຮາກຖານ ມະຫາວິທະຍາໄລ ສຸພານຸວົງ ມີບັນດາສະຫາຍໃນຄະນະພັກຮາກຖານ, ຄະນະຮັບຜິດຊອບດ້ານບຸກຄະລາກອນຂັ້ນເເຂວງ, ຜູ້ເເທນສົມບູນ ເເລະ ສຳຮອງ ເຂົ້າຮ່ວມ 143 ສະຫາຍ.
ພິທີປະຖົມນິເທດນັກສືກສາປະລິນຍາໂທ ຊຸດໃໝ່ ສົກສຶກສາ2024-2025



ມອບ-ຮັບອາຄານ ຮຽນ ພາກວິຊາພາສາເກົາຫລີ, ຄະນະພາສາສາດ ມະຫາວິທະຍາໄລສຸພານຸວົງ


